ທ່ານມີເວລາ 1 ວັນ ຈັກຊົ່ວໂມງ? ຄຳຕອບທຸກທ່ານຮູ້ຢູ່ແລ້ວ, ແລ້ວເວລາໃນ 1 ວັນຂອງທ່ານໝົດໄປກັບຫຍັງແດ່? ມັນຄຸ້ມຄ່າກັບເວລາທີ່ເສຍໄປຫຼືບໍ່? ນັບຈາກນີ້ ມາລອງບໍລິຫານເວລາຢ່າງມີປະສິດທິພາບດ້ວຍທິດສະດີ Eisenhower’s Urgent/Important Principle ຫຼື ອີກຊື່ໜຶ່ງຮ້ອງກັນວ່າ The Priority Matrix.
ມະນຸດເຮົາມີເວລາ 24ຊົ່ວໂມງ ເທົ່າກັນໃນ 1 ວັນ, ແຕ່ຄົນເຮົາໃຊ້ເວລາໄປໃນໃນກິດຈະວັດຂອງຕົນເອງບໍ່ເທົ່າກັນ, ທ່ານເຄີຍໄດ້ລອງມານັ່ງທົບທວນເບິ່ງບໍ່ວ່າເວລາຂອງທ່ານທີ່ໝົດໄປມັນໝົດໄປກັບຫຍັງແດ່,
ຈາກຫົວເລື່ອງ “ສິ່ງສຳຄັນມັກບໍ່ດ່ວນ, ສິ່ງທີ່ດ່ວນມັກບໍ່ສຳຄັນ” ເປັນທິດສະດີມາຈາກ ອາດີດປະທານນາທິບໍດີ ສະຫະລັດອາເມລິກາ ທ່ານ Dwight D. Eisenhower ກ່ຽວກັບການບໍລິຫານເວລາຂອງທ່ານ ຈົນກາຍເປັນທິດສະດີ ແລະ ໄດ້ຖືກເອົາມານຳໃຊ້ຢ່າງແຜ່ຫຼາຍໃນການບໍລິຫານເວລາຢ່າງມີປະສິດທິພາບ, ເຊິ່ງໃນທິດສະດີນີ້ປະກອບມີ 4 ຮູບແບບຄື:
- ສິ່ງທີ່ສຳຄັນ ແລະ ດ່ວນ
- ສິ່ງທີ່ສຳຄັນ ແຕ່ ບໍ່ດ່ວນ
- ສິ່ງທີ່ດ່ວນ ແຕ່ ບໍ່ສຳຄັນ
- ສິ່ງທີ່ບໍ່ດ່ວນ ແລະ ບໍ່ສຳຄັນ
ຂ້າພະເຈົ້າຈະຂໍອະທິບາຍພ້ອມກັບຍົກຕົວຢ່າງ ການໃຊ້ຊີວິດຂອງບຸກຄົນທົ່ວໄປໃນ 1 ວັນ
1 ສິ່ງທີ່ສຳຄັນ ແລະ ດ່ວນ: ຄືສິ່ງທີ່ສຳຄັນຂອງເຮົາ ຕ້ອງໄດ້ຮັບການແກ້ໄຂໃນສະຖານະການອັນຮີບດ່ວນ, ຫາກບໍ່ດັ່ງນັ້ນຈະມີຜົນກະທົບທີ່ບໍ່ດີ ຫຼື ຮ້າຍແຮງໄປກວ່າເກົ່າໄດ້:
ຕົວຢ່າງ: ກຳລັງຈະກ້າວອອກຈາກບ້ານໄປເຮັດວຽກ ເກີດມື່ນພະລາດລົ້ມຫົວແຕກ ຈຳເປັນຕ້ອງຮີບໄປໂຮງໝໍ, ຊີວິດສຳຄັນ ແລະ ຕ້ອງຮີບໄດ້ຮັບການປິ່ນປົວ
2 ສິ່ງທີ່ສຳຄັນ ແຕ່ ບໍ່ດ່ວນ: ຄື່ສິ່ງທີ່ສຳຄັນຕໍ່ກັບຊີວິດເຮົາ ແລະ ຄ່ອຍໆໃຊ້ເວລາສ້າງມັນ ໂດຍບໍ່ແມ່ນເລື່ອງດ່ວນ
ຕົວຢ່າງ: ການຊອກຫາຄວາມຮູ້ເພີ່ມ, ການອອກກຳລັງກາຍ, ການວາງແຜນສິ່ງຕ່າງໆ.
3 ສິ່ງທີ່ດ່ວນ ແຕ່ ບໍ່ສຳຄັນ: ສິ່ງເຫຼົ່ານີ້ສ່ວນຫຼາຍມັກເກີດມາຈາກເຫດການທີ່ບໍ່ຄາດຄິດ ຫຼື ເກີດມາຈາກພາຍນອກ ທີ່ບໍ່ແມ່ນເລື່ອງສຳຄັນແຕ່ເປັນເລື່ອງດ່ວນ
ຕົວຢ່າງ: ກຳລັງນັ່ງປະຊຸມສຳຄັນ, ຢູ່ດີໆມີຍາມຂຶ້ນມາບອກໃຫ້ໄປຍ້າຍລົດ.
4 ສິ່ງທີ່ບໍ່ດ່ວນ ແລະ ບໍ່ສຳຄັນ: ຄື່ສິ່ງທີ່ບໍ່ໄດ້ມີຄວາມສຳຄັນຕໍ່ເຮົາ ແລະ ບໍ່ມີຄວາມເລັ່ງດ່ວນທີ່ຈຳເປັນຕ້ອງເຮັດ, ໃຫ້ພະຍາຍາມຫຼີກເວັ້ນສິ່ງເຫຼົ່ານີ້
ຕົວຢ່າງ: ບັນດາກິດຈະກຳທີ່ບໍ່ສຳຄັນ ແລະ ເຮັດໃຫ້ເສຍເວລາໄປລ້າ.
ຈົ່ງນຳໃຊ້ເວລາຂອງທ່ານຢ່າງມີປະສິດທິພາບ, ເພື່ອປະສິດທິຜົນຂອງວຽກງານ ແລະ ຊີວິດທີ່ດີຂຶ້ນ.
ທີ່ມາຂອງຂໍ້ມູນ: Eisenhower’s Urgent/Important Principle
#ຮຽນຮູ້ແບບCEO
ໂດຍ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ
ສຸດຍອດຫຼາຍ👍🏼(CEO ທ່ານ ທິລະກອນ). ຂ້ອຍໄດ້ອ່ານຜ່ານໄປເກືອບທຸກຫົວຂໍ້ທີສົງໃສວ່າທີຜ່ານມາເຮົາແນວໃດ ທຸລະກິດຂອງເຮົາຄືໄປຊ້າກ່ອນໝູ່ແທ້. ໄດ້ອ່ານບົດຄວາມຈາກທ່ານແລ້ວ ສິ່ງເຮົາເຮັດຜ່ານມານັ້ນແມ່ນເຮັດໄປໂດຍບໍມີທິດສະດີຫຼືຫຼັກການໃດໆ ແຕ່ຕໍ່ໄປນີ້ຈະຂໍຢຶດເອົາຫຼັກການຂ້າງເທິງນີ້ມານຳໃຊ້ໃຫ້ເກີດປະໂຫຍດ ແລະ ຈະຄ່ອຍສຶກສາໄປເທື່ອລະກ້າວ…
“ດີໃຈຫຼາຍ ທີຄົນລາວເຮົາສາມາດມາແບ່ງປັນປະສົບການດີໆແບບນີ້”
LikeLiked by 1 person
ເຈົ້າຂໍຂອບໃຈຫຼາຍໆສຳລັບຄຳເຫັນຂອງທ່ານ. ຂ້າພະເຈົ້າກໍ່ເຊັ່ນດຽວກັນ ລອງຜິດຖືກມາຫຼາຍ, ອັນທີ່ນຳມາຂຽນກໍ່ລ້ວນແລ້ວແຕ່ອີງໃສ່ບົດຮຽນຈາກຫຼາຍແຫຼ່ງ ແລະ ການໄດ້ລົງມືທຳຈິງ ຈົນເຫັນວ່າມັນເປັນສິ່ງທີ່ດີ ເລີຍນຳມາແບ່ງປັນແລກປ່ຽນແບບນີ້.
LikeLike