McDonald’s ຫຼື Mc ຜູ້ນຳເລື່ອງແຮັມເບີເກີ້ທີ່ທຸກທ່ານຮູ້ຈັກ ແລະ ມີໂອກາດໄດ້ລອງຊີມລົດຊາດມາແດ່ແລ້ວໃນຕ່າງປະເທດ, ກ່ອນໜ້ານີ້ McDonald’s Drive-Thru ເປັນຮ້ານອີກແບບໜຶ່ງທີ່ສ້າງຄວາມສະດວກຫຼາຍໃຫ້ກັບລູກຄ້າ ໂດຍສາມາດຂັບລົດສັ່ງອາຫານ ແລະ ບໍ່ຕ້ອງລົງຈາກລົດ.
ເມື່ອບໍ່ດົນມານີ້ McDonald’s ໃນ Brazil ແລະ ບໍລິສັດເຮັດໂຄສະນາ DPZ&T ຮ່ວມກັນສ້າງລົດຂາຍແຮັມເບີເກີ້ Drive-Thruck ຂັບໄປຕາມທ້ອງຖະໜົນເພື່ອບໍລິການໃຫ້ກັບລູກຄ້າ ແລະ ສ້າງການຮັບຮູ້ທີ່ມີຕໍ່ແບຣນໃຫ້ກັບຜູ້ທີ່ພົບເຫັນ ໂດຍ McDonald’s ຮູ້ດີວ່າກະແສ Food truck ກຳລັງໄດ້ຮັບຄວາມນິຍົມ ແລະ ກາຍເປັນເລື່ອງທີ່ເຮັດໃຫ້ຜູ່ຄົນແຕກຕື່ນ ແລະ ສົນໃຈຫຼາຍເມື່ອພົບເຫັນ Mc. Drive-Thruck.
Sergio Mugnaini ຜູ້ອຳນວຍການຝ່າຍບໍລິຫານ DPZ&T ກ່າວວ່າ ເຮົາຕ້ອງການໃຫ້ແຄັມເປນນີ້ສື່ອອກມາວ່າ ບໍ່ວ່າທ່ານຈະເດີນທາງໄປທີ່ໄດ ກໍ່ຈະມີ Drive-Thru ຂອງ McDonald’s ຄອຍຢູ່ຄຽງຂ້າງການເດີນທາງຂອງທ່ານ ແລະ ສ້າງຄວາມສະດວກສະບາຍໃຫ້ກັບຜູ່ສັນຈອນຕາມທ້ອງຖະໜົນ.
ຮັບຊົມຄຣິບ:
ຮຽບຮຽງຈາກ: smartsme.tv
#ຮຽນຮູ້ແບບCEO
ແປໂດຍ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ