ການທີ່ເປັນແມ່ຄ້າອອນລາຍນັ້ນຖືວ່າເປັນເລື່ອງປົກກະຕິໃນປະຈຸບັນ ທຸກຄົນສາມາດເລີ່ມໄດ້ ເພາະຂັ້ນຕອນມີພຽງບໍ່ເທົ່າໃດຂັ້ນຕອນກໍ່ສາມາດໂພສຂາຍເຄື່ອງໄດ້ແລ້ວ, ຜ່ານມາເຮົາເຫັນມີຫຼາຍຮ້ານຄ້າເກີດຂຶ້ນ ແລະ ມີຫຼາຍຮ້ານຄ້າກໍ່ຫາຍໄປ, ແລ້ວເປັນແມ່ຄ້າອອນລາຍຈະຂາຍຈັ່ງໃດບໍ່ໃຫ້ເຈ້ງ ຕ້ອງຮູ້ເຫດຜົນທີ່ລູກຄ້າເລືອກຊື້ເຄື່ອງອອນລາຍກ່ອນ.
ຈາກບົດຄວາມກ່ອນໜ້າທີ່ຂ້າພະເຈົ້າໄດ້ນຳສະເໜີ ຢາກເລີ່ມຂາຍເຄື່ອງ Online ຈະເລີ່ມຂາຍຫຍັງດີ? ມື້ນີ້ຂ້າພະເຈົ້າຈະມານຳສະເໜີເຫດຜົນຂອງລູກຄ້າສ່ວນໃຫຍ່ທີ່ຕັດສິນໃຈຊື້ເຄື່ອງອອນລາຍດ້ວຍ 11 ເຫດຜົນທີ່ຄົນຈະຊື້ເຄື່ອງອອນລາຍຈາກຜູ້ຂາຍ:
11 ເຫດຜົນທີ່ຄົນຈະຊື້ເຄື່ອງ Online ຈາກຜູ້ຂາຍ.
- ຊື້ເພາະ ສິນຄ້ານັ້ນຫາຊື້ຍາກຕາມຮ້ານຄ້າໃກ້ບ້ານທົ່ວໄປ ຫຼື ບໍ່ມີຂາຍພາຍໃນປະເທດ
- ຊື້ເພາະ ລາຄາບໍ່ແພງ ຄຸ້ມຄ່າ ມີໂປຣໂມຊັ້ນ ຂອງແຖມ ຫຼື ຫຼຸດລາຄາ
- ຊື້ເພາະ ມີພາບປະກອບສວຍງາມ ຫຼື ມີວີດີໜ້າສົນໃຈ
- ຊື້ເພາະ ໂພສຫົວຂໍ້ໄດ້ໜ້າສົນໃຈ ອະທິບາຍເຂົ້າໃຈງ່າຍ ກົງປະເປັນ
- ຊື້ເພາະ ມີຂໍ່ມູນດີ ລາຍລະອຽດຫຼາຍພຽງພໍ ແລະ ໜ້າເຊື່ອຖື
- ຊື້ເພາະ ເຫັນພາບວິທີໃຊ້ງານ ຫຼື ສະແດງວ່າໃຊ້ໄດ້ຜົນ
- ຊື້ເພາະ ມີລີວິວສິນຄ້າ ຟີດແບັກຈາກຜູ້ຊົມໃຊ້ ແລະ ຄົນອື່ນໆນິຍົມໃຊ້ຫຼາຍ
- ຊື້ເພາະ ສັ່ງຊື້ງ່າຍ ຕິດຕໍ່ສະດວກ ແມ່ຄ້າເປັນກັນເອງ
- ຊື້ເພາະ ບໍລິການຈັດສົ່ງ ແລະ ບໍລິການຫຼັງການຂາຍດີ
- ຊື້ເພາະ ມີຄົນບອກຕໍ່ ຫຼື ມີຄົນແນະນຳມາ
- ຊື້ເພາະ ຮີບຮ້ອນ ຈຳເປັນຕ້ອງຊື້ຕ້ອງໃຊ້
ບາງຕົວຢ່າງ:
1 ຊື້ເພາະ ສິນຄ້ານັ້ນຫາຊື້ຍາກຕາມຮ້ານຄ້າໃກ້ບ້ານທົ່ວໄປ ຫຼື ບໍ່ມີຂາຍພາຍໃນປະເທດ
ສິນຄ້າລຸ້ນ Limited Edition, ມີຈຳໜ່າຍໃນບາງປະເທດ ຫຼື ໃນອອນລາຍ
2 ຊື້ເພາະ ລາຄາບໍ່ແພງ ຄຸ້ມຄ່າ ມີໂປຣໂມຊັ້ນ ຂອງແຖມ ຫຼື ຫຼຸດລາຄາ
ສິນຄ້າໂປຣໂມຊັ້ນ ຫຼຸດລາຄາພິເສດ
5 ຊື້ເພາະ ມີຂໍ່ມູນດີ ລາຍລະອຽດຫຼາຍພຽງພໍ ແລະ ໜ້າເຊື່ອຖື
ເວັບໄຊ້ໜ້າເຊື່ອຖື ມີຂໍ້ມູນລະອຽດ
ໃນບົດຄວາມນີ້ເປັນການສະຫຼຸບໃຫ້ເຫັນວ່າເຫດຜົນຂອງລູກຄ້າທີ່ເລືອກຊື້ສິນຄ້າຜ່ານຊ່ອງທາງອອນລາຍມີເຫດຜົນປະມານນີ້ເປັນສ່ວນໃຫຍ່, ສຳລັບທ່ານໃດທີ່ກຳລັງຈະເປີດຮ້ານຂາຍເຄື່ອງອອນລາຍ ຫຼື ມີຮ້ານຂາຍເຄື່ອງອອນລາຍຢູ່ແລ້ວ ກໍ່ຢ່າລືມນຳເອົາຂໍ້ມູນເຫຼົ່ານີ້ໄປວາງແຜນກົນລະຍຸດການຕະຫຼາດດີໆເພື່ອດຶງລູກຄ້າໃຫ້ເຂົ້າມາຊື້ສິນຄ້ານຳຮ້ານຄ້າອອນລາຍຂອງທ່ານໃຫ້ໄດ້ຫຼາຍໆ.
ຂໍ້ມູນອ້າງອີງເພື່ອການສຶກສາ:
warrior.in.th
google.com
ຮູບພາບຈາກ : Freepik.com
#ຮຽນຮູ້ແບບCEO
ຜູ້ຂຽນ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ