ເຮົາຄົງບໍ່ຄິດມາກ່ອນວ່າການຂາຍສິນຄ້າຈະສາມາດເກີດຂຶ້ນໄດ້ຢູ່ໃນໂລກອອນລາຍ, ແຕ່ປະຈຸບັນ ເຮົາໄດ້ພົບເຫັນການຂາຍເທິງໂລກອອນລາຍ ຫຼື ທາງ Social Media ໃນແຕ່ລະວັນ, ຈົນບາງຄັ້ງຫຼາຍທ່ານມີຄວາມຄິດຢາກລິເລີ່ມການຂາຍເຄື່ອງໃນໂລກອອນລາຍ.
ການຂາຍສິນຄ້າເທິງໂລກອອນລາຍແມ່ນໄດ້ມີການເລີ່ມຂຶ້ນ ແລະ ປະສົບຜົນສຳເລັດມາແລ້ວໃນຕ່າງປະເທດ, ເຊິ່ງມັນໄດ້ແຜ່ອິດທິພົນມາສູ່ບ້ານເຮົາໃນບໍ່ພໍເທົ່າໃດປີຜ່ານມາ ໃນຕອນນີ້ທຸລະກິດຂາຍເຄື່ອງອອນລາຍບ້ານເຮົາແມ່ນກຳລັງຂະຫຍາຍຕົວຂຶ້ນຢ່າງໄວວາ ເຊິ່ງຜ່ານມາເຮົາກໍ່ປະກົດເຫັນຫຼາຍໆກິດຈະການຂາຍເຄື່ອງອອນລາຍຂອງຄົນລາວທີ່ເຮັດສຳເລັດມາແລ້ວເຊັ່ນ ການຂາຍເສື້ອຜ້າອອນລາຍ ຂາຍເຄື່ອງສຳອາງອອນລາຍ ຂາຍອຸປະກອນຕ່າງໆຜ່ານຊອງທາງອອນລາຍ, ຈາກຕົວຢ່າງຂອງຜູ້ທີ່ປະສົບຜົນສຳເລັດຈາກການຂາຍເທິງໂລກອອນລາຍເຮັດໃຫ້ເປັນແຮງບັນດານໃຈແກ່ຜູ້ທີ່ສົນໃຈຢາກສ້າງທຸລະກິດໃຫ້ແກ່ຕົນເອງ ຢາກລົງທຶນຂາຍເຄື່ອງອອນລາຍ ເພື່ອຈະໄດ້ປະສົບຜົນສຳເລັດດັ່ງຄົນອື່ນໆ.
ການຂາຍເຄື່ອງເທິ່ງໂລກອອນລາຍ ຖືເປັນການເລີ່ມຕົ້ນທຸລະກິດຊ່ອງທາງໜຶ່ງທີ່ງ່າຍ ແລະ ຜູ້ມີທຶນໜ້ອຍກໍ່ສາມາດເລີ່ມໄດ້, ໂດຍທຸກຄົນສາມາດເລີ່ມໄດ້ດ້ວຍຕົນເອງຢູ່ບ້ານ ຫຼື ອາໄສເວລາຫວ່າງຈາກວຽກປະຈຳ ຫຼື ຫວ່າງຈາກການຮຽນມາເຮັດກໍ່ໄດ້, ເບິ່ງແລ້ວຄືງ່າຍເນາະ ໃຜໆກໍ່ຄົງຈະເລີ່ມໄດ້, ຄຳຕອບຄື ແມ່ນແລ້ວ ງ່າຍ ແລະ ໃຜໆກໍ່ເລີ່ມໄດ້.
ປະເດັນໃນບົດຄວາມນີ້ ແມ່ນຈະຂໍຍົກປະເດັນ “ຢາກເລີ່ມຂາຍເຄື່ອງ Online ຈະເລີ່ມຂາຍຫຍັງດີ?” ເຊິ່ງວ່າບົດຄວາມນີ້ຈະເປັນຕົວນຳພາແນວຄວາມຄິດວ່າຈະເລືອກສິນຄ້າໃດມາຂາຍຈິ່ງຈະປະສົບຜົນສຳເລັດ. ເພາະນີ້ຄືດ່ານທຳອິດທີ່ທ່ານຈະຕ້ອງປະເຊີນກ່ອນທີ່ຈະກ້າວໄປຮອດ ວິທີ ແລະ ຂັ້ນຕອນການຂາຍເຄື່ອງແບບໃດຈິ່ງຈະປະສົບຜົນສຳເລັດ.
ຄຳຖາມ “ຢາກເລີ່ມຂາຍເຄື່ອງ Online ຈະເລີ່ມຂາຍຫຍັງດີ?”
ຄຳຕອບ:
- ຂາຍສິນຄ້າໃນສິ່ງທີ່ຕົນເອງຖະໜັດ ແລະ ໄດ້ປຽບ
- ຂາຍສິນຄ້າທີ່ມີຄວາມນິຍົມສູງ ແຕ່ຍັງບໍ່ມີຂາຍໃນໂລກອອນລາຍ
- ຂາຍສິນຄ້າທີ່ມີຜູ້ຂາຍຢູ່ແລ້ວແຕ່ເຮົາຄິດວ່າຍັງບໍ່ດີພໍ ເຊິ່ງເຮົາສາມາດເຮັດໄດ້ດີກວ່າ
ອະທິບາຍ:
1. ຂາຍສິນຄ້າໃນສິ່ງທີ່ຕົນເອງຖະໜັດ ແລະ ໄດ້ປຽບ
- ຂາຍໃນສິ່ງທີ່ຖະໜັດ: ເຮົາຖະໜັດການແຕ້ມຮູບ ເຮົາກໍ່ຂາຍຮູບແຕ້ມ, ຫຼື ເຮົາຖະໜັດແຕ່ງກິນ, ເຮົາກໍ່ຂາຍອາຫານສົ່ງເຖິງທີ່…
- ຂາຍໃນສິ່ງທີ່ໄດ້ປຽບ: 1. ຢູ່ບ້ານເປີດຮ້ານຂາຍເຄື່ອງຍ່ອຍ, ຮັບສັ່ງສິນຄ້າເຄື່ອງໃຊ້ສອຍປະຈຳວັນ ໄຂ່ ໝີ່ ນໍ້າຕານ ນໍ້າປາ ຈັດສົ່ງໃຫ້ເຖິງທີ່. 2. ຕ້ອງເດີນທາງໄປຕ່າງແຂວງທຸກອາທິດ, ກໍ່ຊື້ສິນຄ້າຂຶ້ນຊື່ຂອງແຂວງມາຂາຍ, ອາໄສເຮົາຕ້ອງໄປຕ່າງແຂວງຢູ່ແລ້ວ ຊື້ສິນຄ້າທີ່ມີຊື່ສຽງຂອງແຂວງນັ້ນ ຫຼື ຈາກແຂວງທາງຜ່ານມາຂາຍກໍ່ໄດ້ເງິນ.
2. ຂາຍສິນຄ້າທີ່ມີຄວາມນິຍົມສູງ ແຕ່ຍັງບໍ່ມີຂາຍໃນໂລກອອນລາຍ
- ຂາຍເຂົ້າສານ ຈັດສົ່ງໃຫ້ເຖິງບ້ານ ຊື້ອອນລາຍກະໄດ້ ບໍ່ຕ້ອງໄປຕະຫຼາດ ມີຄົນມາສົ່ງໃຫ້ຮອດບ້ານອີກ.
- ຂາຍປະກັນໄພລົດ ທຸກຄົນທີ່ມີລົດຕ້ອງຊື້ຢູ່ແລ້ວ ເພາະຊື້ທຸກຄັ້ງກໍ່ພຽງແຕ່ມີຮູບລົດ ແລະ ຂຽນຟອມ.
3. ຂາຍສິນຄ້າທີ່ມີຜູ້ຂາຍຢູ່ແລ້ວແຕ່ເຮົາຄິດວ່າຍັງບໍ່ດີພໍ ເຊິ່ງເຮົາສາມາດເຮັດໄດ້ດີກວ່າ
- ຂາຍຜ້າໄໝ ຟຣີຄ່າຕັດ ແປງຂະໜາດຟຣີ 1 ປີ
- ຂາຍມືຖື ຮັບປະກັນ 1 ປີ, ຈ່າຍຕື່ມ 100,000ກີບ ຮັບປະກັນ 2 ປີ
ທັງໝົດນີ້ເປັນພຽງແນວຄວາມຄິດທີ່ຊີ້ທາງໃຫ້ທ່ານຄິດເຫັນໂອກາດທາງທຸລະກິດ ໂດຍສະເພາະການຂາຍສິນຄ້າອອນລາຍ ເຊິ່ງຖ້າຫາກເຮົາຢາກເລີ່ມທຸລະກິດ ເຮົາກໍ່ນຳເອົາແນວຄວາມຄິດນີ້ມາເປັນແນວທາງເພື່ອຫາຄຳຕອບວ່າຈະເລີ່ມຂາຍຫຍັງດີ.
#ຮຽນຮູ້ແບບCEO
ຜູ້ຂຽນ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ
Smart CEO by Thilakone
One thought on “ຢາກເລີ່ມຂາຍເຄື່ອງ Online ຈະເລີ່ມຂາຍຫຍັງດີ?”