ຫາກເຮົາຕ້ອງຄັດເລືອກພະນັກງານມາຮ່ວມງານໃນພະແນກ ຫຼື ໜ່ວຍງານດຽວກັນ ທ່ານຢາກເລືອກຄົນປະເພດໃດຫຼາຍທີ່ສຸດລະຫວ່າງ ເກັ່ງແຕ່ບໍ່ຊື່ສັດ ຫຼື ຊື່ສັດແຕ່ບໍ່ເກັ່ງ?
ໃນສະພາບສັງຄົມປະຈຸບັນ ໂດຍສະເພາະຂອງຄົນທີ່ເຮົາຕ້ອງເຮັດວຽກຮ່ວມກັບຄົນຫຼາຍຄົນໃນອົງກອນຂອງເຮົາ, ແລ້ວຫາກວ່າເຮົາສາມາດເລືອກເພື່ອນຮ່ວມງານໄດ້ເຮົາຈະເລືອກໃຜດີລະຫວ່າງ ຄົນເກັ່ງແຕ່ບໍ່ຊື່ສັດ ຫຼື ຄົນຊື່ສັດແຕ່ບໍ່ເກັ່ງ ມາເປັນເພື່ອນຮ່ວມງານນຳເຮົາ?
ໃນບົດຄວາມນີ້ຈະເປັນທັງແບບສອບຖາມເພື່ອຮູ້ເຖິງແນວຄວາມຄິດຂອງຄົນສ່ວນໃຫຍ່ວ່າຄົນສ່ວນໃຫຍ່ຕ້ອງການເພື່ອນຮ່ວມງານແບບໃດ?
ແລະ ສິ່ງສຳຄັນຂອງບົດຄວາມນີ້ ເຮົາຈະສາມາດປັບໂຕເຮົາໃຫ້ເຂົ້າກັບຄວາມຕ້ອງການຂອງສັງຄົມໄດ້ວ່າ “ເຮົາຈະເລືອກເປັນຄົນແບບໃດ?”
ແຕ່ດີແທ້ ຂ້າພະເຈົ້າຢາກໃຫ້ທຸກຄົນເປັນ “ຄົນເກັ່ງ ແລະ ຊື່ສັດ”
#ເລືອກແບບCEO
ຜູ້ຂຽນ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ
Smart CEO by Thilakone