ປະໂຫຍກນີ້ຫຼາຍທ່ານຄົງມີຄຳຖາມວ່າມັນໝາຍຄວາມວ່າແນວໃດ, ເພາະສ່ວນໃຫຍ່ຈະໄດ້ຍິນແຕ່ວ່າ ຄິດກ່ອນຈິ່ງເວົ້າ, ແຕ່ມື້ນີ້ມາໃນປະໂຫຍກໃໝ່ຄື ຄິດໃນສິ່ງທີ່ເວົ້າ, ແຕ່ບໍ່ຕ້ອງເວົ້າໃນສິ່ງທີ່ຄິດ. ແນ່ນອນໃນບົດຄວາມລຸ່ມນີ້ມີຄຳຕອບໃຫ້ທ່ານຢ່າງລະອຽດ.
ໃນແຕ່ລະວັນເຮົາເວົ້າອອກມາຫຼາຍພັນປະໂຫຍກຈົນບໍ່ສາມາດນັບໄດ້ວ່າແຕ່ລະມື້ເຮົາເວົ້າຫຍັງອອກໄປແດ່ ເຊິ່ງບາງເລື່ອງກໍ່ເວົ້າໂດຍຜ່ານການຄິດໄຕ່ຕອງມາກ່ອນ ຫຼື ບາງເທື່ອກໍ່ເວົ້າອອກໄປແບບບັງເອີນ, ເຊິ່ງເລື່ອງບາງເລື່ອງທີ່ເຮົາເວົ້າອອກໄປ ບາງເລື່ອງກໍ່ສ້າງສັນ, ບາງເລື່ອງກໍ່ໃຫ້ກຳລັງໃຈ, ບາງເລື່ອງກໍ່ບໍ່ມີຄວາມໝາຍ, ບາງເລື່ອງກໍ່ທຳລາຍ… ແຕ່ເຮົາບໍ່ສາມາດຈື່ໄດ້ໝົດທຸກເລື່ອງວ່າເຮົາເວົ້າຫຍັງອອກໄປແດ່ ຈົນເຖິງເມື່ອມີເຫດການໃດໜຶ່ງເກີດຂຶ້ນ.
ສະນັ້ນ ຫາກເຮົາຈະເປັນຜູ້ບໍລິຫານ ຫື ບຸກຄົນທີ່ປະສົບຜົນສຳເລັດເຮົາຄວນມີການຄິດ ແລະ ຮັບຜິດຊອບກັບທຸກໆຄຳເວົ້າຂອງເຮົາໃຫ້ດີທີ່ສຸດ.
ດັ່ງໃນຫົວຂໍ້ຂອງບົດຄວາມນີ້ “ຄິດໃນສິ່ງທີ່ເວົ້າ ແຕ່ບໍ່ຕ້ອງເວົ້າໃນສິ່ງທີ່ຄິດ” ກ່ອນອື່ນໝົດມາທຳຄວາມເຂົ້າໃຈກັບແຕ່ລະປະໂຫຍກກ່ອນ:
ຄິດໃນສິ່ງທີ່ເວົ້າ ໝາຍເຖິງ ການທົບທວນຄືນກັບຄຳເວົ້າທີ່ເຮົາເວົ້າອອກໄປໃຫ້ດີ, ເວົ້າໄປແລ້ວມີຜົນດີ ຫຼື ບໍ່ດີ? ສ້າງ ຫຼື ທຳລາຍ? ຈິງ ຫຼື ຫຼອກລວງ? ຈຳເປັນ ຫຼື ບໍ່ຈຳເປັນ? ສະນັ້ນຫາກເຮົາເວົ້າໄປແລ້ວເຮົາຄວນມາທົບທວນຄືນເບິ່ງວ່າສິ່ງນັ້ນມັນເປັນແນວໃດ? ມັນດີຫຼືບໍ່? ຜົນຂອງຄຳທີ່ເຮົາເວົ້າຈົບລົງມັນຈະສົ່ງຜົນໄປທາງໃດ? ໂດຍສະເພາະຫາກເຮົາເປັນບຸກຄົນທີ 3 ເວົ້າເຖິງເລື່ອງຂອງຄົນສອງຄົນ, ເວົ້າທ້າວ ກ. ດີ ອີກຝ່າຍ ທ້າວ ຂ. ກໍ່ກາຍເປັນຄົນບໍ່ດີທັນທີ, ເວົ້າສົມທຽບ 2 ສິ່ງ ຍ້ອງສິ່ງໜຶ່ງດີ ອີກສິ່ງໜຶ່ງກໍ່ກາຍເປັນບໍ່ດີທັນທີ… ສະນັ້ນຄຳເວົ້າເຫຼົ່ານີ້ບາງທີ່ເຮົາອາດບໍ່ຮູ້ໂຕ ຫຼື ອາດບໍ່ໄດ້ທົບທວນໃຫ້ດີກ່ອນເວົ້າ, ຕໍ່ໄປກໍ່ຄວນມີຄວາມຮັບຜິດຊອບກັບຄຳເວົ້າຂອງຕົນໃຫ້ຫຼາຍກວ່ານີ້ ຄິດກັບຄືນວ່າສິ່ງທີ່ເວົ້າໄປນັ້ນບໍ່ສ້າງຜົນກະທົບໃຫ້ໃຜຄົນໃດຄົນໜຶ່ງ ແລະ ຫຼາຍໆຄົນ.
(think before you speak)
ບໍ່ຕ້ອງເວົ້າໃນສິ່ງທີ່ຄິດ: ໃນແນວຄິດຂອງຄົນເຮົາມີຫຼາຍສິ່ງຢ່າງທີ່ກຳລັງແລ່ນໃນຫົວຂອງເຮົາຢູ່, ດີ ແລະ ບໍ່ດີ? ສ້າງ ແລະ ທຳລາຍ? ຈິງ ແລະ ຫຼອກລວງ? ຈຳເປັນ ແລະ ບໍ່ຈຳເປັນ? ຫາກເຮົາເອົາທັງໝົດທີ່ເຮົາຄິດມາເວົ້າມັນກໍ່ຈະເຮັດໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍ ຈົນເຮົາເອງຈະບໍ່ສາມາດຈື່ໄດ້ວ່າເຮົາເວົ້າເລື່ອງຫຍັງໄປແດ່, ແລະ ຈະກາຍເປັນຄົນບໍ່ມີສັດຈະ, ຄວນຈະເວົ້າສະເພາະເລື່ອງທີ່ເໝາະສົມກັບຄູ່ສົນທະນາທີ່ເຮົາກຳລັງສົນທະນາຢູ່ເທົ່ານັ້ນ ແລະ ດີທີ່ສຸດເຮົາຄວນຈະເວົ້າໄປໃນທາງທີ່ ດີ, ສ້າງສັນ, ຈິງ ແລະ ຈຳເປັນເທົ່ານັ້ນ ແລະ ອັນສຳຄັນທີ່ສຸດ ການເວົ້າແບບສຸພາບຈະຊ່ວຍເຮັດໃຫ້ຄຳເວົ້າ ແລະ ບຸກຄະລິກຂອງເຮົາໜ້າເຊື່ອຖືສູງ.
#ຮຽນຮູ້ແບບCEO
ຜູ້ຂຽນ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ
Smart CEO by Thilakone