ມື້ນີ້ນຳເອົາບັນຫາມາຖາມກັບທຸກທ່ານວ່າ ສົມມຸດທ່ານຈະຊື້ສິນຄ້າໃດໜຶ່ງ ທ່ານມັກເລືອກຊື້ແບບໃດ ລະຫວ່າງ:
ຊື້ກັບຮ້ານໃກ້ບ້ານ ຫຼື ຊື້ກັບຄົນໃກ້ໂຕ?
ຄວາມໝາຍ
- ຊື້ກັບຮ້ານໃກ້ບ້ານຍ້ອນວ່າສະດວກ ບໍ່ຕ້ອງເດີນທາງໄປໄກ
- ຊື້ກັບຄົນໃກ້ໂຕຍ້ອນອາໄສຄວາມຮັກແພງເພື່ອອາດໄດ້ສ່ວນຫຼຸດ ຫຼື ປ່ຽນກັນອຸດໜຸນເຊິ່ງກັນແລະກັນ.
ພວກທ່ານເປັນດັ່ງຂ້າພະເຈົ້າບໍ່? ບາງຄັ້ງກໍ່ຕັດສິນໃຈຍາກຫຼາຍ, ແຕ່ຄວາມໝາຍທັງໝົດທີ່ຢາກບອກໃນບົດຄວາມນີ້ຄື: “ນີ້ເປັນອີກໜຶ່ງປັດໄຈທາງການຕະຫຼາດທີ່ສຳຄັນທີ່ເຈົ້າຂອງສິນຄ້າ (ຜູ້ຂາຍ) ຄວນຄຳນຶງ ແລະ ວາງແຜນການຕະຫຼາດວ່າຈະຈັບລູກຄ້າ (ຜູ້ຊື້) ກຸ່ມໃດ?
#ຮຽນຮູ້ແບບCEO
ຜູ້ຂຽນ: ທິລະກອນ ອານຸວົງ.
ແບ່ງປັນຈາກຄວາມຮູ້ ແລະ ປະສົບການຈິງ
Smart CEO by Thilakone
ຂໍຖາມແບບຕົງໆເດີຖ້າທ່ານເປັນນາຍ ເຫັນລູກນ້ອງຫຍຸ້ງກັບວຽກວິຊາສະເພາະຂອງເຂົາໂດຍເຮັດແຂ່ງກັບເວລາ ທ່ານກະຈະໃຫ້ເຂົາໄປເຮັດອື່ນອີກບໍ ໂດຍວຽກນັ້ນແມ່ນບໍ່ກ່ຽວກັບວິຊາສະເພາະຂອງເຂົາຈັກນ້ອຍເລີຍ
LikeLike