ໃນຂະນະທີ່ຫຼາຍຄົນກຳລັງຂຸ້ນຂ້ຽວເຮັດວຽກຢູ່ນັ້ນ ບາງຄົນອາດບອກວ່າເມື່ອຍຫຼາຍກັບວຽກທີ່ເຮັດຢູ່, ບໍ່ຢາກເຮັດແລ້ວ, ຢາກປ່ຽນວຽກ. ມື້ນີ້ຂ້າພະເຈົ້າເລີຍມີກຳລັງໃຈດີໆຜ່ານປະໂຫຍກສັ້ນໆທີ່ຂ້າພະເຈົ້າຄຳນຶງເຖິງຢູ່ຕະຫຼອດຕອນທີ່ຂ້າພະເຈົ້າທໍ້ ຫຼື ເມື່ອຍ ເພື່ອມາແບ່ງປັນ ຫຼື ຊ່ວຍໃຫ້ທ່ານມີກຳລັງໃຈກັບມາສູ້ກັບວຽກງານຂອງທ່ານຢ່າງຕັ້ງໜ້າ.
“ເມື່ອຍກັບວຽກ ດີກວ່າ ເມື່ອຍຍ້ອນບໍ່ມີວຽກ”
ການທີ່ເຮົາມີວຽກເຮັດນັ້ນແມ່ນເປັນສິ່ງທີ່ດີເພາະວຽກນີ້ຖືວ່າເຮົາໄດ້ຕັດສິນໃຈລົງມືເຮັດມັນແລ້ວ ກໍ່ຈົ່ງຕັ້ງໃຈສືບຕໍ່ເຮັດໃຫ້ມັນສຳເລັດ ແລະ ເຮັດໃຫ້ມັນອອກມາດີທີ່ສຸດ, ເພາະເຊື່ອວ່າເຮົາຈະຍິ້ມໄດ້ເມື່ອເຮົາສາມາດເຮັດວຽກດັ່ງກ່າວສຳເລັດລຸລ່ວງ,
ຕ່າງກັນ, ຫາກເຮົາບໍ່ມີວຽກເຮັດ, ຫາວຽກບໍ່ໄດ້, ຕອນນັ້ນເຮົາຍິ່ງຈະເມື່ອຍຫຼາຍກວ່າເກົ່າອີກຫຼາຍເທົ່າ.
ຮັກໃນສິ່ງທີ່ເຮັດ, ຕັ້ງໜ້າເຮັດໃຫ້ມັນດີຍິ່ງໆຂຶ້ນໄປ.
#ກຳລັງໃຈແບບCEO
ໂດຍ: ທິລະກອນ ອານຸວົງ
Smart CEO by Thilakone
ສ່ວນໃຫຍ່ບໍ່ໄດ້ເມື່ອຍກັບວຽກແຕ່ເມື່ອຍກັບຄົນຫລາຍກວ່າ
LikeLike
ພະຍາຍາມແນະນຳໃຫ້ຄົນໃນອົງກອນອ່ານບົດຄວາມຈາກເວັບໄຊ້ Smart CEO by Thilakone, ເພື່ອແຕ່ລະຄົນຈະໄດ້ປັບທັດສະນະໃໝ່ນຳກັນ ^_^
LikeLike